ຂໍ້ມູນສະແດງໃຫ້ເຫັນວ່າ, ໃນໄຕມາດທຳອິດຂອງປີນີ້, ການນຳເຂົ້າແລະສົ່ງອອກສິນຄ້າຂອງຈີນໄດ້ເພີ່ມຂຶ້ນ 5%, ຄຸນນະພາບການຄ້າຕ່າງປະເທດພັດທະນາຢ່າງບໍ່ຢຸດຢັ້ງ, ຂະໜາດການນຳເຂົ້າແລະສົ່ງອອກໄດ້ກ້າວຂຶ້ນສູ່ລະດັບໃໝ່. ໃນສະພາບການເຕີບໂຕດ້ານການຄ້າໂລກຊ້າລົງ, ໝາກຜົນດັ່ງກ່າວບໍ່ແມ່ນເລື່ອງງ່າຍ.